KEOTAVEN | ວຽກງານປັກຫຼັກໝາຍຊາຍແດນລະຫວ່າງ ກຳປູເຈຍ ກັບໄທ, ລາວ ແລະ ຫວຽດນາມໃກ້ຈະສຳເລັດ.

ວັນ​ທີ 31/12/2015, ໜັງ​ສື​ພິມ​ລາຍ​ວັນ "ກຳ​ປູ​ເຈຍ​ໃໝ່", ໄດ້​ໃຫ​້​ຂ່າວ​ວ່າ, ວຽກ​ງານ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​ລະ​ຫວ່າງ​ກຳ​ປູ​ເຈຍ ກັບ​ຫວຽດ​ນາມ, ລາວ ແລະ ໄທ ໄດ້​ສຳ​ເລັດ​ວຽກ​ງານ​ກວ່າ 82% ແລ້ວ. ໜັງ​ສື​ພິມ​ດັ່ງ​ກ່າວ ໄດ້​ຄັດ​ຄຳ​ເວົ້າ​ຂອງ​ທ່ານ​ນາງ Kui Pisi, ຮອງ​ເລ​ຂາ​ຜູ້​ປະ​ຈ​ຳ​ການ​ກ່ຽວ​ກັບ​ວຽກ​ງ​ານ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​​ກຳ​ປູ​ ເຈຍ ໃຫ້​ຮູ້​ວ່າ, ໄລ​ຮອດ​ຈຸດ​ເວ​ລານີ້, ວຽກ​ງານ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​​ລະ​ຫວ່າງ​ກຳ​ປູ​ເຈຍ ກັບ 2 ປະ​ເທດ​ຫວຽດ​ນາມ, ໄທ ແລະ ລາວ ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ຢ່າງ​ຕັ້ງ​ໜ້າ ແລະ ບັນ​ດາ​ຝ່າຍ​ພວມ​ສືບ​ຕໍ່​ປະ​ຕິ​ບັດວຽກ​ງານ​ທີ່​ຍັງ​ເຫຼືອ​ເພື່ອ​ສຳ​ເລັດ​ວຽກ ​ງານ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​​ໃນ​ໄລ​ຍະ​ຈະ​ມາ​ເຖິງ.
      ໃນ​ວຽກ​ງານປັກ​ຫຼັກ​ໝາຍ​ຊາຍ​ແດນ​ກັບ​ຫວຽດ​ນາມ​ ໄດ​້​ສຳ​ເລັດ 83,2% ແລ້ວ. ຍອດ​ຈຳ​ນວນ​ 375 ​ເສົາຫຼ​ັກ​​ໝາຍ ​ໃນ​ທົ່ວ​ເສັ້ນ​ຊາຍ​ແດນ​ລະ​ຫວ່າງ 2 ປະ​ເທດ, ມາ​ຮອ​ດ​ປະ​ຈຸ​ບັນ 2 ຝ່າຍ​ ປັກ​ຫຼັກ​ໝາຍ​ຊາຍ​ແດນ​ໄດ້ 312 ເສົາຫຼ​ັກ​​ໝາຍ, ສ່ວນ 63 ເສົາຫຼ​ັກ​​ໝາຍຈະ​ສືບ​ຕໍ່ແບ່ງ​ກຳ​ນົດ ແລະ ​ປັກ​ຫຼັກ​ໝາຍ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.
      ສ່ວນ​ວຽກ​ງານ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​ກັບ​ໄທ ຈະ​ບໍ່​ປະ​ຕິ​ບັດ​ຄືນ​ໃໝ່ ຫາກ​ອີງ​ໃສ່​ຫຼັກ​ໝາຍ​ທີ່​ໄດ້​ປັກ​​ມາແຕ່​ສະ​ໄໝ​ຝ​ລັ່ງ, ມາ​ຮອດ​ປະ​ຈຸ​ບັນ 2 ຝ່າຍ​ໄດ້​ຊອກ​ເຫັນ 62 ປັກ​ຫຼັກ​ໝາຍ ໃນ​ຈຳ​ນ​ວນ 73 ເສົາຫຼ​ັກ​​ໝາຍ. ສ່ວນ 11 ເສົາຫຼ​ັກ​​ໝາຍຍັງ​ເຫຼືອ​ຈະ​ສືບ​ຕໍ່​ຊອກ​ຫ​າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.
      ສຳ​ລັບ​ລາວ, ວຽກ​ງານປັກ​ຫຼັກ​ໝາຍ​ຊາຍ​ແດນ​ໄດ້​ປະ​ຕິ​ບັດ​ສຳ​ເລັດ 86% ແລ້ວ. ມາ​ຮອດ​ປະ​ຈຸ​ບັນ, ລາວ ແລະ ກຳ​ປູເຈຍ ປັກ​ຫຼັກ​ໝາຍ​ໄດ້ 121 ​ເສົາຫຼ​ັກ​​ໝາຍໃນ​ຈຳ​ນວນ145 ເສົາຫຼ​ັກ​​ໝາຍ​ແລ້ວ.

ແປ ຫວຽດ: http://keotavenguesthouse.blogspot.com/2016/01/campuchia-sap-hoan-tat-phan-inh-bien.html
1
1
2
2
3
3
4
4
5
5
6
6
7
7
8
8
9
9
10
10
11
11
12
12

Featured Posts

KEOTAVEN | GUESTHOUSE | WIFI

 

Guesthouse

Show all posts

Service

Show all posts

Distance

Show all posts

Translate Laovietlao

Show all posts

Love and Sex

Show all posts

Health

Show all posts

News

Show all posts

Event

Show all posts

Other

Show all posts

Maps

Exchange Rate

1 2 3 4 5 6 7 8 9 10 11
12

Followers

Blog Archive

Label

Views

Qr Bank & Logo

QR BANK
Qr Bank

LOGO
Logo

© Copyright KEOTAVEN1408 ,GUESTHOUSE