KEOTAVEN | ເຈົ້າໜ້າທີ່ ປກສ ເມືອງບໍລິຄັນ ກັກຕົວສອງສ່ຽວຮ່ວມກັນຄ້າ-ຂາຍຢາເສບຕິດ.

  ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ປກສ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ເປີດເຜີຍໃຫ້ຊາບໃນວັນທີ 27 ພະຈິກ 2015 ນີ້ວ່າ ເວລາ 04 ໂມງເຊົ້າ ຂອງວັນທີ 21 ພະຈິກ 2015 ໄດ້ຮັບແຈ້ງຈາກພົນລະເມືອງດີວ່າເຫັນທ້າວ ວັນ ອາຍຸ 28 ປີ ຢູ່ບ້ານດອນ ເມືອງບໍລິຄັນ ແຂວງບໍລິຄຳໄຊ ເຊິ່ງເປັນເປົ້າໝາຍຄ້າຂາຍຢາເສບຕິດປະເພດຢາບ້າ ແລະ ຢາໄອ໊ ທີ່ທາງ ປກສ ເມືອງບໍລິຄັນ ຕິດຕາມຢູ່ ພວມນັ່ງຫຼິ້ນໄພ້ຢູ່ເຮືອນກຳທີ່ບ້ານນາແຫນ ເມືອງບໍລິຄັນ ແຂວງບໍລິຄຳໄຊ ດັ່ງນັ້ນ ຈິ່ງຮີບຮ້ອນຈັດວາງກຳລັງເຈົ້າໜ້າທີ່ລົງປິດລ້ອມເຮືອນຫຼັງດັ່ງກ່າວແລ້ວເຂົ້າກັກໂຕຜູ້ກ່ຽວທັນທີ ຈາກນັ້ນ ກໍໄດ້ກວດຄົ້ນໂຕຂອງຜູ້ກ່ຽວພົບຢາບ້າຈຳນວນ 02 ເມັດ ແລະ ຢາໄອ໊ ຈຳນວນ 01 ໃນຫຼອດຍາວປະມານ 4 ຊັງຕີແມັດ ເຈົ້າໜ້າທີ່ຈິ່ງໄດ້ກັກໂຕຜູ້ກ່ຽວມາດຳເນີນຄະດີຕາມລະບຽບກົດໝາຍ.


…….ຜ່ານການສືບສວນ-ສອບສວນຂະຫຽາຍຜົນຂອງເຈົ້າໜ້າທີ່ ທ້າວ ວັນ ໃຫ້ການຊັດທອດວ່າ ຢາບ້າ ແລະ ຢາໄອຈຳນວນດັ່ງກ່າວ ແມ່ນໄປຮັບເອົາມາຈາກທ້າວ ບຸນມີ ອາຍຸ 22 ປີ ຢູ່ບ້ານດໍ ເມືອງຄູນ ແຂວງຊຽງຂວາງ ເຊີ່ງປັດຈຸບັນຜູ້ກ່ຽວໄດ້ຂາຍນໍ້າມັນຢູ່ປໍ້ານໍ້າມັນບ້ານສີສະຫວາດ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ຈາກນັ້ນ ເວລາປະມານ 18 ໂມງ ຂອງວັນດຽວກັນ ເຈົ້າໜ້າທີ່ກໍໄດ້ວາງແຜນລໍ້ຊື້ຢາບ້ານຳທ້າວ ບຸນມີ ທີ່ພວມຂາຍນໍ້າມັນຢູ່ ພ້ອມທັງໄດ້ສະແດງໂຕເຂົ້າຈັບກຸມທ້າວ ບຸນມີ ທັນທີ ພ້ອມທັງກວດຄົ້ນໂຕຜູ້ກ່ຽວພົບຢາບ້າຊຸກເຊື່ອງໄວ້ໃນຖົງໂສ້ງຈຳນວນ 42 ເມັດ ແລະ ຢາໄອ໊ ຈຳນວນ 01 ຫຼອດບັນຈຸຍາວ 4 ຊັງຕີແມັດ ແລະ ເຂົ້າໄປກວດຄົ້ນຫ້ອງຂອງຜູ້ກ່ຽວພົບເຫັນຢາບ້າຈຳນວນ 143 ເມັດ ແລະ ຢາໄອ໊ 01 ຫຼອດບັນຈຸຍາວ 05 ຊັງຕີແມັດ ປືນດັດແປງຍິງລູກ .22 ມມ ຈຳນວນ 01 ກະບອກ ລູກປືນ 30 ລູກ ງ້າວ 01 ດວງ ແລະ ອຸປະກອນເສບຢາອີກຈຳນວນນຶ່ງ ເຈົ້າໜ້າທີ່ຈິ່ງໄດ້ກັກໂຕຜູ້ກ່ຽວມາດຳເນີນຄະດີ ຜ່ານການສືບສວນ-ສອບສວນ ທ້າວ ບຸນມີ ຮັບສາລະພາບວ່າ ຕົນໄດ້ພົວພັນ ຄ້າ-ຂາຍ ແລະ ເສບຢາບ້າ ຢາໄອ ມາຕັ້ງແຕ່ເດືອນ ເມສາ 2015 ເປັນຕົ້ນມາ ເຊິ່ງຢາເສບຕິດດັ່ງກ່າວ ແມ່ນຕົນໄດ້ໄປຊື້ນຳພວກຮ່ວມຂະບວນການຢູ່ບ້ານຫາດຊາຍຄຳ ເມືອງປາກກະດີງ ແຂວງບໍລິຄຳໄຊ ຈຳນວນຫຼາຍຄັ້ງ ຊື້ຄັ້ງລະ 200 ເມັດເປັນເງິນຈຳນວນ 2.250.000 ກີບ ສ່ວນຢາໄອ໊ ແມ່ນຊື້ເທື່ອລະ 2-3 ຫຼອດຍາວປະມານ 4 ຊັງຕີແມັດ ເປັນເງິນ 2.000-3.000 ພັນບາດ ແລ້ວເອົາມາແບ່ງຂາຍໃຫ້ກຸ່ມໄວລຸ້ນຢູ່ພາຍໃນເທສະບານເມືອງບໍລິຄັນ ແລະ ຄົນຂັບລົດ 12 ລໍ້ທີ່ມາໃສ່ນໍ້າມັນແຕ່ລະຄັ້ງ ຂາຍໃຫ້ທ້າວ ວັນ 20 ຄັ້ງ ຄັ້ງລະ 10 ເມັດ-100 ເມັດ ໃນລາຄາເມັດລະ 15.000 ກີບ.
…….ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ເຫັນວ່າ ທ້າວ ບຸນມີ ແລະ ທ້າວ ວັນ ແມ່ນມີເຈຕະນາຮ່ວມກັນຄ້າ-ຂາຍຢາເສບຕິດປະເພດຢາບ້າ ຢາໄອ໊ ແລະ ມີໄວ້ໃນຄອບຄອງແທ້ຈີງ ເຊິ່ງຜິດຕໍ່ກົດໝາຍອາຍາມາດຕາ 146 ແລະ ມີອາວຸດໄວ້ໃນຄອບຄອງ ປັດຈຸບັນ ເຈົ້າໜ້າທີ່ພວມສືບຕໍ່ດຳເນີນການສືບສວນ-ສອບສວນຂະຫຽາຍຜົນຫາພັກພວກ ກຸ່ມແກ໊ງທີ່ພົວພັນຄ້າ-ຂາຍຢາເສບຕິດມາດຳເນີນຄະດີຕາມລະບຽບກົດໝາຍຕື່ມອີກ.

* ຕາມ: http://www.vtetoday.la/
1
1
2
2
3
3
4
4
5
5
6
6
7
7
8
8
9
9
10
10
11
11
12
12

Featured Posts

KEOTAVEN | GUESTHOUSE | WIFI

 

Guesthouse

Show all posts

Service

Show all posts

Distance

Show all posts

Translate Laovietlao

Show all posts

Love and Sex

Show all posts

Health

Show all posts

News

Show all posts

Event

Show all posts

Other

Show all posts

Maps

Exchange Rate

1 2 3 4 5 6 7 8 9 10 11
12

Followers

Blog Archive

Label

Views

Qr Bank & Logo

QR BANK
Qr Bank

LOGO
Logo

© Copyright KEOTAVEN1408 ,GUESTHOUSE